ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ


    ວັນທີ 25 ກໍລະກົດ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ, ວັນ
ຄ້າຍວັນເກີດທ່ານປະທານ ສຸພານຸວົງ ຄົບຮອບ 114 ປິ ( 13/07/1909-13/07/2023 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ຮ່ວມ
ມື ລາວ-ຫວຽດນາມ ຄົບຮອບ 46 ປີ ( 18/07/1977-18/07/2023 ), ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍ
ຊ້າ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ພະນັກງານ-ນັກ
ຮົບເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ກ່າວປາຖະກະຖາຫວນຄືນມູນເຊື້ອ ວັນເຊັນ
ສົນທິສັນຍາມິດຕະພາບ ຮ່ວມມື ລາວ-ຫວຽດນາມ ຄົບຮອບ 46 ປີ, ໂດຍປະຫວັດຄວາມເປັນມາຂອງ 2 ຊາດ ລາວ-ຫວຽດນາມ ທີ່ມີ
ມູນເຊື້ອໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນ ເຊິ່ງປະຊາຊົນ 2 ຊາດ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນມາເປັນ
ເວລາດົນນານ ພິເສດແມ່ນໄລຍະການດໍາເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ,
ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຄວາມຜູກພັນ, ສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ
ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ, ການພົວພັນຮ່ວມ
ມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິ
ເລີ່ມ ຈາກນັ້ນມາ ການນໍາແຕ່ລະຮຸ້ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍ ໃຫ້ກາຍເປັນ
ການພົວພົນສາມັກຄີ ອັນບໍລິສຸດຜຸດຜ່ອງ ທີ່ຫາຍາກ ໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດ
ນາມ, ໂອກາດດັ່ງກ່າວ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ກ່າວປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ
ຄົບຮອບ 114 ປິ, ປະທານ ສຸພານຸວົງ ຜູ້ນໍາທີ່ແສນຮັກຂອງປວງຊົນລາວທັງຊາດ ເພີ່ນໄດ້ເປັນແບບຢ່າງໃນການຊອກຮູ້ການຮໍ່າຮຽນຫຼ້າຍດ້ານ
ມີຄວາມດຸໜັ້ນໃນການລົງຝຶກຫັດ-ປະຕິບັດຕົວຈິງ ຊອກຮູ້ປະສົບການໃນດ້ານຕ່າງໆ, ເພີ່ນມີຄວາມບາກບັ່ນໃນການຄົ້ນຄວ້າຮໍ່າຮຽນ ທັງມີ
ຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົວເອງ ເພີ່ນໄດ້ດໍາລົງຊີວິດແບບງ່າຍ, ບໍ່ຟູມເຟືອຍ, ທ່ານຍັງມີພອນສະຫວັນໃນການຮຽນພາສາ
ຊາດຕ່າງໆ, ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິງໃຫຍ່ທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກ
ໝັ້ນໜັກແໜ້ນ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງຈົນກາຍເປັນນັກປະຕິວັດທີ່ກ້າ
ແກ່ນ ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເຊີ່ງທ່ານໄດ້ເປັນແບບຢ່າງໃຫ້ຄົນຮຸ້ນຫຼັງ ໃນການ
ຮຽນຮູ້ເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກກໍ່ຄືແນວທາງການປຽນແປງໃໝ່ ເອົາໃຈໃສ່ຝຶກຝົນຕົນເອງ
ໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ.

ແຫຼ່ງທີ່ມາ: ພຸດທະວອນ
ວັນທີ 27/07/2023